天天看点

名家名伶-新马师曾 (汉语、老挝语)

作者:岭南文化
名家名伶-新马师曾 (汉语、老挝语)

翻译制作:国家艺术基金“面向东盟国家粤剧多语种传播平台建设”项目组

中文

新马师曾(1916年6月20日—1997年4月21日)原名邓永祥,又名新马仔,后辈多尊称祥哥,广东顺德人,香港著名粤剧演员、电影演员。主要作品有《貂蝉》《西施》《卧薪尝胆》等。邓永祥8岁时父母离异,其父邓祺以赌为生,而且是粤剧迷,母亲罗莲;离异后与母亲来港生活,母亲当佣工期间,邓常被庶母刻薄挨骂,终离家出走流浪街头,后遇上江湖艺人收留并学艺,茶座表演期间得到老行尊何细纪赏识,经转介到何寿年学艺,经传统功架训练成绩突进;一年后以“太平统一”名义到汕头演戏,初踏台板,无论唱功台步均头头是道,被誉为“神童”。当时他擅模仿马师曾,于是他师傅给他改了“新马师曾”这个艺名。

及后在香港太平戏院表演,场场爆满,戏院也因此转亏为盈。邓永祥10岁在利舞台演出,并与生母相认。17岁回复“自由身”(脱离原学艺师傅)后,跟随薛觉先学艺。及后并赴上海欣赏京剧名伶林树源、盖叫天;并向林学习京剧,唱腔自成一格。往后事业一帆风顺,以拍电影、戏曲唱片为业。新马虽然身材瘦小,但擅演“关戏”,且对京剧颇有研究,并曾赴上海学艺,与京剧艺人林树森、麒麟童等过从甚密。基本上新马的“关戏”以京剧为宗。新马师曾是当代其中一位擅演古腔的伶人,但颇为“京化”。其唱腔自成一格,称为“新马腔”。事实上,新马唱腔能博取众长,再形成个人的特色,例如他汲取小明星的南音演唱技巧,却为了适应戏台演出,多喷口吐字,使字音能传远。他把京剧的运气唱腔融为己用(有称"脑后音"),中气雄浑,共鸣强烈,拉腔圆满丰润,他与薛觉先同台演出时,常站于舞台边,背对麦克风演唱,以示其雄浑声线。1950年代,新马师曾与当时其它红伶一样,接拍电影;除粤剧戏曲片外,他亦以喜剧演员身分,与邓寄尘合作,演出多阿福及两傻系列电影。 1960年,新马师曾创办了永祥唱片公司,除了灌录了他多首本名曲外,也曾灌录京剧唱片。

老挝语

ຊັນມາ ເຊີ ທັງ (新马师曾, ຊິນມາ ຊິເຊິງ . ມີຖຸນາ20, 1916-ເມສາ21, 1997), ມີຊື່ດັ້ງເດິມວ່າ ເດັງ ຢົງຊຽນ, ແລະຍັງຖືກເອິ້ນວ່າ ມາໄຊ ແລະຄົນລຸ້ນໜຸ່ມມັກເອິ້ນວ່າ "ໂກເອງ ໂກ" (ເຊິ່ງໝາຍຄວາມວ່າ ອ້າຍໃຫຍ່ຊຽງ). ເກິດທີ່ເມືອງຊຸນເດ ແຫ່ງ ນະຄອນໂຟຊານ, ມົນທົນ ກວາງດົງ, ລາວເປັນ ນັກສະແດງງີ້ວກວາງຕຸ້ງ ແລະ ນັກສະແດງຮູບເງົາ.ວຽກທີ່ດັງຂອງລາວລວມມີ ດຽວຈານ ຊິຊິ ແລະ ການຄືນຊີບຂອງຮອງເຕ້ຢື. ເມື່ອ ເດັງ ອາຍຸແປດປີ, ເດັງ ກິ ພໍ່ຂອງບາວ ທີ່ເປັນນັກພະນັນ ແລະ ມັກ. ງີ້ວກວາງຕຸ້ງ, ໄດ້ຢ່າຮ້າງກັບ ລູ ລຽນ ແມ່ຂອງລາວ ແລະລາວໄດ້ຕິດຕາມແມ່ຂອງລາວໄປຢູ່ ຮົງກົງ. ໃນຂະນະທີ່ ລູ ເຮັດວຽກເປັນແມ່ບ້ານ,ເຫດຜົນທີ່ເຮັດໃຫ້ ເດັງອອກຈາກບ້ານແມ່ນຍ້ອນການປະຕິບັດທີ່ໂຫດຮ້າຍຈາກເມຍນ້ອຍຂອງພໍ່ລາວແລະ ອາໃສຢູ່ຕາມຖະໜົນ. ແຕ່ໂຊກດີ ທີ່ລາວຖືກສິລະປິນພະເນຈອນຮັບໄປລ້ຽງ ແລະໄດ້ຮຽນການສະແດງຈາກສິລະປິນຜູ້ນີ້ . ເມື່ອລາວສະແດງທີ່ ໂຮງນ້ຳຊາ,ລາວໄດ້ຮັບການຊື່ນຊົມຈາກ ອາຈານ ຜູ້ຊົງກຽດດ້ານງີ້ວ ໂຮ ຊາຍ-ເກ (何细纪, ເຮ ຊີ), ເຊິ່ງຈາກນັ້ນ ໄດ້ແນະນຳໃຫ້ລາວຮູ້ກັບຄະນະ ເຮ ຊູນຽນ. ດ້ວຍການຮຽນກາຍຍະກຳພື້ນເມືອງ,ລາວໄດ້ມີຄວາມກ້າວໜ້າໃນການສະແດງງຜາດໂຜນ. ໜຶ່ງປີຫຼັງຈາກນັ້ນ,ລາວໄດ້ເປິດໂຕໃນການສະແດງທີ່ ຊານຕູ, ລາວສາມາດສະແດງຄວາມເປັນມືອາຊີບ ແລະ ຖືກຖືວ່າເປັນ “ອັດສະລິຍະ”ຍ້ອນລາວສາມາດຮຽນແບບ ມາ ຊີ ທັງ ໃນຕອນນັ້ນ, ອາຈາກຂອງລາວໄດ້ຕັ້ງຊື່ໃນການສະແດງວ່າ ຊັນ ມາ ເຊີ ທັງ, ເຊິ່ງໝາຍຄວາມວ່າ "ມາ ຊີ ທັງ ຄົນໃໝ່".

ເມື່ອລາວສະແດງທີ່ໂຮງງີ້ວໄທປິງ ຮົງກົງ, ປິ້ຈະຂາຍໝົດຕະລອດ, ຍ້ອນການສະແດງຂອງລາວ ເຮັດໃຫ້ໂຮງງີ້ວຫຼຸດພົ້ນຈາກການເປັນໜີ້. ໃນຕອນທີ່ລາວອາຍ 10 ປີ, ເດັງໄດ້ສະແດງທີ່ ໂຮງລະຄອນ ລີ ທີ່ຮົງກົງ ແລະ ໄດ້ກັບໄປຢູ່ກັບແມ່ຂອງລາວ ລູລຽນ.ແຕ່ເມື່ອຮອດອາຍຸ 17 ປີ ລາວໄດ້ລາອອກຈາກອາຈານສອນກາຍຍະກຳຂອງລາວໄປຢູ່ກັບຊິດ ກົກ-ຊິນ ເພື່ອຮຽນງິ້ວກວາງຕຸ້ງ, ຈາກນັ້ນລາວໄດ້ໄປ ຊຽງໄຮ,ທີ່ລາວໄດ້ເບິ່ງການສະແດງຂອງນັກສະແດງງິ້ວປັກກິ່ງ ຊື່ ລິນ ຊູຢວນ ແລະ ໄກ ຈຽວທຽນ.ລາວໄດ້ຮຽນງິ້ວປັກກິ່ງຈາກລິນ ແລະ ພັດທະນາຮູບແບບການສະແດງຂອງໂຕເອງ. ໃນປີຕໍ່ມາ ລາວໄດ້ເຕິບໃຫຍ່ໃນການເຮັດຮູບເງົາແລະ ບັນທຶກເພງງີ້ວ. ດ້ວຍຄວາມທີ່ ເດັງ ຈ່ອຍ ແລະ ເຕ້ຍ,ລາວມີທັກສະດີໃນການສະແດງງີ້ວກວາງອົງ (ຮູບແບບໜຶ່ງຂອງການສະແດງງີ້ວປັກກິ່ງ).ເພື່ອເປັນການຄົ້ນຄວ້າງິ້ວປັກກິ່ງເພີ່ມເຕີມ, ລາວຍັງໄດ້ໄປ ຊຽງໄຮ, ແລະ ໄດ້ມີການຕິດຕໍ່ຢ່າງໃກ້ຊິດ ກັບນັກສະແດງເຊັ່ນ ລິນ ຊູເຊັງ ແລະ ກິລິງ ຕອງ. ໂດຍທົ່ວໄປແລ້ວ ການສະແດງງີ້ວ ກວາງອົງຂອງລາວ ມີລັກສະນະພິເສດຂອງງີ້ວປັກກິ່ງ.ເດັງໄດ້ປັບການຮ້ອງເພງແບບເກົ່າ ໃນແບບປັກກິ່ງ. ວິທິການຮ້ອງເພງແບບພິເສດຂອງລາວເອິ້ນວ່າ "ແບບ ຊັນ ມາ." ຄວາມຈ້ງແລ້ວ ເດັງສາມາດເອົາຈຸດແຂງຂອງຜູ້ອື່ນ ມາເປັນລັກສະນະຂອງໂຕເອງ ຕົວຢ່າງລາວໄດ້ເອົາສຳນຽງການຮ້ອງແບບນານຢິນ ຈາກ ຊຸຍ ມິງ-ຊິງ (小明星, ຊຽວ ມິງຊິງ), ແຕ່ຄິດຮູບແບບໃໝ່ເພື່ອໃຫ້ສຽງກັງວານໄປຫາຜູ້ຟັງໄດ້ດີກວ່າ.ດ້ວຍການປະສົມປະສານ "ສຽງແບບຮິນເບນ" (ວິທິການຮ້ອງງີ້ວແບບປັກກິ່ງເຊິ່ງໃຊ້ຊ່ອງສຽງ "ກິ" ເພື່ອໃຫ້ເກິດການສັ່ນຂອງສຽງ) ລາວໄດ້ເຮັດໃຫ້ເປັນສຽງທີ່ແຂງແຮງແລະ ໝັ້ນຄົງ. ເມື່ອລາວສະແດງກັບ ຊິດ ກົກ-ຊິນ. ລາວມັກຮ້ອງໂດຍໃຫ້ຫຼັງຊື່ກັບໄມເພື່ອສະແດງສຽງຂອງລາວໄດ້ດີຂື້ນ. ໃນຊຸມປີ 1950, ເດັງ ໄດ້ເລີ່ມສະແດງຮູບເງົາຄືກັນກັບນັກສະແດງງີ້ວຜູ້ອື່ນ. ໃນຖານະເປັນັກຕະຫຼົກ ລາວສະແດງຮ່ວມກັບດາລາຕະຫຼົກເດັງຈິເຊິນ ໃນຊຸດັນງ ອາຟຸ ແລະ ສອງຄົນໂງ່. ໃນປີ 1960, ລາວໄດ້ກໍ່ຕັ້ງ ບໍລິສັດບັນທຶກສຽງ ຢົງຊຽງ, ເພື່ອບັນທຶກຜົນງານຂອງໂຕເອງແລະ ເພງງີ້ວປັກກິ່ງ.

继续阅读