天天看點

名家名伶-新馬師曾 (漢語、寮國語)

作者:嶺南文化
名家名伶-新馬師曾 (漢語、寮國語)

翻譯制作:國家藝術基金“面向東盟國家粵劇多語種傳播平台建設”項目組

中文

新馬師曾(1916年6月20日—1997年4月21日)原名鄧永祥,又名新馬仔,後輩多尊稱祥哥,廣東順德人,香港著名粵劇演員、電影演員。主要作品有《貂蟬》《西施》《卧薪嘗膽》等。鄧永祥8歲時父母離異,其父鄧祺以賭為生,而且是粵劇迷,母親羅蓮;離異後與母親來港生活,母親當傭工期間,鄧常被庶母刻薄挨罵,終離家出走流浪街頭,後遇上江湖藝人收留并學藝,茶座表演期間得到老行尊何細紀賞識,經轉介到何壽年學藝,經傳統功架訓練成績突進;一年後以“太平統一”名義到汕頭演戲,初踏台闆,無論唱功台步均頭頭是道,被譽為“神童”。當時他擅模仿馬師曾,于是他師傅給他改了“新馬師曾”這個藝名。

及後在香港太平戲院表演,場場爆滿,戲院也是以轉虧為盈。鄧永祥10歲在利舞台演出,并與生母相認。17歲回複“自由身”(脫離原學藝師傅)後,跟随薛覺先學藝。及後并赴上海欣賞平劇名伶林樹源、蓋叫天;并向林學習平劇,唱腔自成一格。往後事業一帆風順,以拍電影、戲曲唱片為業。新馬雖然身材瘦小,但擅演“關戲”,且對平劇頗有研究,并曾赴上海學藝,與平劇藝人林樹森、麒麟童等過從甚密。基本上新馬的“關戲”以平劇為宗。新馬師曾是當代其中一位擅演古腔的伶人,但頗為“京化”。其唱腔自成一格,稱為“新馬腔”。事實上,新馬唱腔能博取衆長,再形成個人的特色,例如他汲取小明星的南音演唱技巧,卻為了适應戲台演出,多噴口吐字,使字音能傳遠。他把平劇的運氣唱腔融為己用(有稱"腦後音"),中氣雄渾,共鳴強烈,拉腔圓滿豐潤,他與薛覺先同台演出時,常站于舞台邊,背對麥克風演唱,以示其雄渾聲線。1950年代,新馬師曾與當時其它紅伶一樣,接拍電影;除粵劇戲曲片外,他亦以喜劇演員身分,與鄧寄塵合作,演出多阿福及兩傻系列電影。 1960年,新馬師曾創辦了永祥唱片公司,除了灌錄了他多首本名曲外,也曾灌錄平劇唱片。

寮國語

ຊັນມາ ເຊີ ທັງ (新馬師曾, ຊິນມາ ຊິເຊິງ . ມີຖຸນາ20, 1916-ເມສາ21, 1997), ມີຊື່ດັ້ງເດິມວ່າ ເດັງ ຢົງຊຽນ, ແລະຍັງຖືກເອິ້ນວ່າ ມາໄຊ ແລະຄົນລຸ້ນໜຸ່ມມັກເອິ້ນວ່າ "ໂກເອງ ໂກ" (ເຊິ່ງໝາຍຄວາມວ່າ ອ້າຍໃຫຍ່ຊຽງ). ເກິດທີ່ເມືອງຊຸນເດ ແຫ່ງ ນະຄອນໂຟຊານ, ມົນທົນ ກວາງດົງ, ລາວເປັນ ນັກສະແດງງີ້ວກວາງຕຸ້ງ ແລະ ນັກສະແດງຮູບເງົາ.ວຽກທີ່ດັງຂອງລາວລວມມີ ດຽວຈານ ຊິຊິ ແລະ ການຄືນຊີບຂອງຮອງເຕ້ຢື. ເມື່ອ ເດັງ ອາຍຸແປດປີ, ເດັງ ກິ ພໍ່ຂອງບາວ ທີ່ເປັນນັກພະນັນ ແລະ ມັກ. ງີ້ວກວາງຕຸ້ງ, ໄດ້ຢ່າຮ້າງກັບ ລູ ລຽນ ແມ່ຂອງລາວ ແລະລາວໄດ້ຕິດຕາມແມ່ຂອງລາວໄປຢູ່ ຮົງກົງ. ໃນຂະນະທີ່ ລູ ເຮັດວຽກເປັນແມ່ບ້ານ,ເຫດຜົນທີ່ເຮັດໃຫ້ ເດັງອອກຈາກບ້ານແມ່ນຍ້ອນການປະຕິບັດທີ່ໂຫດຮ້າຍຈາກເມຍນ້ອຍຂອງພໍ່ລາວແລະ ອາໃສຢູ່ຕາມຖະໜົນ. ແຕ່ໂຊກດີ ທີ່ລາວຖືກສິລະປິນພະເນຈອນຮັບໄປລ້ຽງ ແລະໄດ້ຮຽນການສະແດງຈາກສິລະປິນຜູ້ນີ້ . ເມື່ອລາວສະແດງທີ່ ໂຮງນ້ຳຊາ,ລາວໄດ້ຮັບການຊື່ນຊົມຈາກ ອາຈານ ຜູ້ຊົງກຽດດ້ານງີ້ວ ໂຮ ຊາຍ-ເກ (何細紀, ເຮ ຊີ), ເຊິ່ງຈາກນັ້ນ ໄດ້ແນະນຳໃຫ້ລາວຮູ້ກັບຄະນະ ເຮ ຊູນຽນ. ດ້ວຍການຮຽນກາຍຍະກຳພື້ນເມືອງ,ລາວໄດ້ມີຄວາມກ້າວໜ້າໃນການສະແດງງຜາດໂຜນ. ໜຶ່ງປີຫຼັງຈາກນັ້ນ,ລາວໄດ້ເປິດໂຕໃນການສະແດງທີ່ ຊານຕູ, ລາວສາມາດສະແດງຄວາມເປັນມືອາຊີບ ແລະ ຖືກຖືວ່າເປັນ “ອັດສະລິຍະ”ຍ້ອນລາວສາມາດຮຽນແບບ ມາ ຊີ ທັງ ໃນຕອນນັ້ນ, ອາຈາກຂອງລາວໄດ້ຕັ້ງຊື່ໃນການສະແດງວ່າ ຊັນ ມາ ເຊີ ທັງ, ເຊິ່ງໝາຍຄວາມວ່າ "ມາ ຊີ ທັງ ຄົນໃໝ່".

ເມື່ອລາວສະແດງທີ່ໂຮງງີ້ວໄທປິງ ຮົງກົງ, ປິ້ຈະຂາຍໝົດຕະລອດ, ຍ້ອນການສະແດງຂອງລາວ ເຮັດໃຫ້ໂຮງງີ້ວຫຼຸດພົ້ນຈາກການເປັນໜີ້. ໃນຕອນທີ່ລາວອາຍ 10 ປີ, ເດັງໄດ້ສະແດງທີ່ ໂຮງລະຄອນ ລີ ທີ່ຮົງກົງ ແລະ ໄດ້ກັບໄປຢູ່ກັບແມ່ຂອງລາວ ລູລຽນ.ແຕ່ເມື່ອຮອດອາຍຸ 17 ປີ ລາວໄດ້ລາອອກຈາກອາຈານສອນກາຍຍະກຳຂອງລາວໄປຢູ່ກັບຊິດ ກົກ-ຊິນ ເພື່ອຮຽນງິ້ວກວາງຕຸ້ງ, ຈາກນັ້ນລາວໄດ້ໄປ ຊຽງໄຮ,ທີ່ລາວໄດ້ເບິ່ງການສະແດງຂອງນັກສະແດງງິ້ວປັກກິ່ງ ຊື່ ລິນ ຊູຢວນ ແລະ ໄກ ຈຽວທຽນ.ລາວໄດ້ຮຽນງິ້ວປັກກິ່ງຈາກລິນ ແລະ ພັດທະນາຮູບແບບການສະແດງຂອງໂຕເອງ. ໃນປີຕໍ່ມາ ລາວໄດ້ເຕິບໃຫຍ່ໃນການເຮັດຮູບເງົາແລະ ບັນທຶກເພງງີ້ວ. ດ້ວຍຄວາມທີ່ ເດັງ ຈ່ອຍ ແລະ ເຕ້ຍ,ລາວມີທັກສະດີໃນການສະແດງງີ້ວກວາງອົງ (ຮູບແບບໜຶ່ງຂອງການສະແດງງີ້ວປັກກິ່ງ).ເພື່ອເປັນການຄົ້ນຄວ້າງິ້ວປັກກິ່ງເພີ່ມເຕີມ, ລາວຍັງໄດ້ໄປ ຊຽງໄຮ, ແລະ ໄດ້ມີການຕິດຕໍ່ຢ່າງໃກ້ຊິດ ກັບນັກສະແດງເຊັ່ນ ລິນ ຊູເຊັງ ແລະ ກິລິງ ຕອງ. ໂດຍທົ່ວໄປແລ້ວ ການສະແດງງີ້ວ ກວາງອົງຂອງລາວ ມີລັກສະນະພິເສດຂອງງີ້ວປັກກິ່ງ.ເດັງໄດ້ປັບການຮ້ອງເພງແບບເກົ່າ ໃນແບບປັກກິ່ງ. ວິທິການຮ້ອງເພງແບບພິເສດຂອງລາວເອິ້ນວ່າ "ແບບ ຊັນ ມາ." ຄວາມຈ້ງແລ້ວ ເດັງສາມາດເອົາຈຸດແຂງຂອງຜູ້ອື່ນ ມາເປັນລັກສະນະຂອງໂຕເອງ ຕົວຢ່າງລາວໄດ້ເອົາສຳນຽງການຮ້ອງແບບນານຢິນ ຈາກ ຊຸຍ ມິງ-ຊິງ (小明星, ຊຽວ ມິງຊິງ), ແຕ່ຄິດຮູບແບບໃໝ່ເພື່ອໃຫ້ສຽງກັງວານໄປຫາຜູ້ຟັງໄດ້ດີກວ່າ.ດ້ວຍການປະສົມປະສານ "ສຽງແບບຮິນເບນ" (ວິທິການຮ້ອງງີ້ວແບບປັກກິ່ງເຊິ່ງໃຊ້ຊ່ອງສຽງ "ກິ" ເພື່ອໃຫ້ເກິດການສັ່ນຂອງສຽງ) ລາວໄດ້ເຮັດໃຫ້ເປັນສຽງທີ່ແຂງແຮງແລະ ໝັ້ນຄົງ. ເມື່ອລາວສະແດງກັບ ຊິດ ກົກ-ຊິນ. ລາວມັກຮ້ອງໂດຍໃຫ້ຫຼັງຊື່ກັບໄມເພື່ອສະແດງສຽງຂອງລາວໄດ້ດີຂື້ນ. ໃນຊຸມປີ 1950, ເດັງ ໄດ້ເລີ່ມສະແດງຮູບເງົາຄືກັນກັບນັກສະແດງງີ້ວຜູ້ອື່ນ. ໃນຖານະເປັນັກຕະຫຼົກ ລາວສະແດງຮ່ວມກັບດາລາຕະຫຼົກເດັງຈິເຊິນ ໃນຊຸດັນງ ອາຟຸ ແລະ ສອງຄົນໂງ່. ໃນປີ 1960, ລາວໄດ້ກໍ່ຕັ້ງ ບໍລິສັດບັນທຶກສຽງ ຢົງຊຽງ, ເພື່ອບັນທຶກຜົນງານຂອງໂຕເອງແລະ ເພງງີ້ວປັກກິ່ງ.

繼續閱讀